ຄອບຄົວກັບຄວາມໝັ້ນຄົງຂອງປະເທດຊາດ
ຄອບຄົວເປັນສະຖາບັນຫລັກຂອງສັງຄົມທີ່ໜ້ອຍທີ່ສຸດ ທີ່ເປັນພື້ນຖານຂອງການພັດທະນາຊຸມຊົນເນື່ອງຈາກຄອບຄົວເປັນຕົ້ນກຳເນີດຫຼໍ່ຫຼອມປູກຝັງສິ່ງທີ່ດີ ທາງດ້ານສັງຄົມສາມາດໃຫ້ສະມາຊິກໃນຄອບຄົວເປັນຄົນທີ່ສົມບູນ ແລະ ເປັນພັນທະແຕ່ລະບຸກຄົນໃຫ້ມີຄຸນະພາບ, ສະຖາບັນຄອບຄົວຈຶ່ງເປັນສະຖາບັນເລີ່ມຕົ້ນໃນການພັດທະນາຄົນເຮົາໃຫ້ໄປສູ່ສັງຄົມ, ຖ້າຫາສະຖາບັນຄອບຄົວມີຄວາມອົບອຸ່ນ ແລະ ເຂັ້ມແຂງສະມາຊິກໃນຄອບຄົວກໍຈະມີຄວາມສຸກ, ສາມາດຜ່ານພາສະພາບປັດຈຸບັນໄດ້ຢ່າງເຂັ້ມແຂງ ແລະ ເປັນບຸກຄະລາກອນທີ່ມີຄຸນຄ່າຕໍ່ສັງຄົມ.
ສະຖາບັນທາງຄອບຄົວຈິງເປັນ (ທຶນທາງສັງຄົມ) ທີ່ສຳຄັນໃນການພັດທະນາຄົນ, ພັດທະນາສັງຄົມ ແລະ ພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງໝັ້ນຄົງຕະຫຼອດໄປ.
ຄອບຄອບເປັນສະຖາບັນທີ່ສຳຄັນທີ່ສຸດໃນຊີວິດທີ່ທຸກຄົນຕ້ອງໃຫ້ການດູແລເອົາໃຈໃສ່ ເພາະເຮັດຫນ້າທີ່ໃນການຫຼໍ່ຫຼອມ ແລະ ໃຫ້ດີຂຶ້ນກວ່າເກົ່າຂອງຄົນເຮົາ ພ້ອມທັງການອົບຮົ່ມລ້ຽງດູໃຫ້ຄວາມຮັກຊ່ວຍເຫຼືອເຊິ່ງກັນ ແລະ ກັນລວມທັງການປູກຝັງອົບຮົມແນວຄິດຄ່ານິຍົມ ແລະ ຖ່າຍທອດວັດທະນາທຳທາງສັງຄົມໃຫ້ແກ່ສະມາຊິກເພື່ອໃຫ້ບຸກຄະລາກອນເປັນຄົນດີມີຄຸນະພາບ ເປັນສະມາຊິກທີ່ດີຂອງສັງຄົມ ແລະ ປະເທດຊາດ.
ເລື່ອງສຳຄັນທີ່ຄວນເຮັດຄື: ບຸກຄະລາກອນທີ່ບໍ່ສາມາດພັດທະນາໄປໄດ້ດີລວມທັງບໍ່ສາມາດໃຊ້ຊີວິດຕໍ່ຢ່າງມີຄວາມສຸກໄດ້ຫາກປາສະຈາກຄອບຄົວທີ່ດີ ການເບິ່ງບຸກຄະລາກອນຈຶ່ງຄວນເບິ່ງໃນບົດບາດ ບໍ່ແມ່ນແຕ່ເບິ່ງບຸກຄະລາກອນພຽງຢ່າງດຽວແຕ່ຕ້ອງເບິ່ງບຸກຄະລາກອນໃນບົດບາດເທົ່ານັ້ນ ຈຶ່ງສາມາດເຂົ້າໃຈໃນບຸກຄະລາກອນໄດ້ຢ່າງແທ້ຈິງ ແລະ ບົດບາດສຳຄັນທີ່ສຸດຂອງບຸກຄົນ ຫຼື ຄອບຄົວ.
ແນວໃດກໍຕາມຄອບຄົວໃນປັດຈຸບັນມີບັນຫາ ແລະ ອ່ອນແອຄອບຄົວຈຶ່ງບໍ່ສາມາດເຮັດໜ້າທີໄດ້ຢ່າງສົມບູນ ສະພາບການພົວໃນຄອບຄົວເລື່ອນລອຍທີ່ໜ້າວິກິດຫຼາຍກໍຄືບຸກຄົນຂະໜາດຫຼັກ ແລະ ຈະລິຍະທຳໃນການດຳລົງຊີວິດຄວາມຫຼາກຫຼາບ ແລະ ຊັບຊ້ອນຂອງບັນຫາທີ່ເກີດຂຶ້ນນີ້ບໍ່ພຽງແຕ່ສົງຜົນກະທົບກັບບຸກຄົນແຕ່ຍັງສົງຜົນກະທົບຕໍ່ສັງຄົມ ແລະ ການພັດທະນາປະເທດໂດຍລວມແລ້ວສາເຫດຂອງບັນຫາເກີດຈາກການທີ່ຄອບຄົວ ຕ້ອງປະເຊີນໜ້າກັບສະພາວະປ່ຽນແປງຫຼາກຫຼາຍ. ອັນເປັນຜົນມາຈາກປັດໃຈພາຍໃນຄອບຄົວ ແລະ ປັດໃຈພາຍນອກ ໄດ້ແກ່ຊຸມຊົນ ສັງຄົມ ເສດຖະກິດ ແລະ ສິ່ງແວດລ້ອມທີ່ປ່ຽນແປງຕາມກະແສໂລກາພິບັດ ແລະ ຄວາມກ້າວໜ້າຂອງເທັກໂນໂລຢີທີ່ທັນສະໄໝ.
ຄອບຄົວເປັນສະຖາບັນທີ່ສຳຄັນຂອງປະເທດຊາດ ເພາະເຮັດໜ້າທີໃນການຫຼໍ່ຫຼອມ ແລະ ອົບຮົມລ້ຽງດູໃຫ້ຄວາມຮັກຊ່ວຍເຫຼືອເກື້ອກູນເຊິງກັນ ແລະ ກັນປູກຝັງຄຸນນະທຳ ຈາລິຍະທຳ ຄ່ານິຍົມ ແລະ ຖ່າຍທອດວັດທະນາທຳທາງສັງຄົມໃຫ້ແກ່ສະມາຊິກໃນຄອບຄົວ ເພື່ອເປັນຄົນດີມີຄຸນະພາບ ແລະ ເປັນສະມາຊິກທີ່ດີຂອງສັງຄົມ. ທຸກຄົນ ແລະ ທຸກພາກສ່ວນ ຄວນໃຫ້ການດູແລເອົາໃຈໃສໃນການດູແລຄອບຄົວ. Aws
# ຄອບຄົວກັບຄວາມໝັ້ນຄົງຂອງປະເທດຊາດປະກອບມີ:
1. ຄອບຄົວເປັນເບົ້າຫຼອນທາງບຸກຄະລິກກະພາບ ແລະ ຄຸນລັກສະນະຂອງສະມາຊິກການມີປະຕິສຳພັນລະຫວ່າງສະມາຊິກໃນຄອບຄົວເຮືອນດຽວກັນມີການຖ່າຍໂຍງຄ່ານິຍົວຄວາມຮູ້ສຶກນຶກຄິດຄວາມເຊື່ອ. ຄວາມສັດທາ ແລະ ການດຳເນີນຊີວິດ ຈາກສະມາຊິກກຸ່ມໜຶ່ງຕະຫຼອດຈົນມີການພັກຜ່ອນສົນທະນາກັນ ແລະເຮັດກິດຈະກຳຕ່າງໆຮ່ວມກັນສ້າງບັນຍາກາດ ແລະອົບຮົມລ້ຽງດູການອົບຮົມສັ່ງສອນ.ການເປັນພໍ່ແບບ-ແມ່ແບບ ຢ່າງເປັນທາງການໂດຍທີ່ຮູ້ຕົວ ຫຼືບໍ່ຮູ້ຕົວສູ່ງແວດລ້ອມພາຍໃນຄອບຄົວບໍ່ວ່າຈະເປັນທາງບວກ ຫຼື ທາງລົບໄດ້ຄ່ອຍໆຫຼໍ່ຫຼອມພື້ນຖານທາງບຸກຄະລິກກະພາບ ແລະ ຄຸນລັກສະນະທາງດ້ານຮ່າງກາຍ ຈິດໃຈຂອງສະມາຊິກໃນຄອບຄົວ.
2. ຄອບຄົວເປັນສະຖາບັນພື້ນຖານທາງກາຍສຶກສາຂອງສັງຄົມ ຄອບຄົວເປັນແຫຼ່ງຖາຍທອດຄວາມຮູ້ຝຶກຝົນ ແລະ ອົບຮົມໃຫ້ສະມາຊິກໄດ້ຮຽນຮູ້ລະບຽບສັງຄົມ.
3. ຄອບຄົວສ້າງຄຸນະພາບຊີວິດຄຸນລັກສະນະຂອງຊີວິດມີຄຸນະພາບຂ້າງຕົ້ນນີ້ຄົວຈະເປັນສະຖານທີເອື້ອອຳນວຍໃຫ້ເກີດຂຶ້ນກັບຊີວິດຂອງສະມາຊິກໃນຄອບຄົວໄດ້.
4. ຄອບຄົວເປັນສະຖາບັນພຶ້ນຖານໃນການພັດທະນາສັງຄົມ ສະຖາບັນທີ່ມີຄວາມສຳຄັນຢ່າງຍິ່ງໃນການພັນລະນາຊຸມຊົນເຊັ່ນດຽວກັນສະຖາບັນທາງສັງຄົມອື່ນໆ. ວັດທະຈັກຂອງການເກີດການເຕີບໂຕເຂົ້າສູ່ໄວຮຽນ, ໄວເຮັດວຽກ, ໄວແຕ່ງງານ, ໄວລ້ຽງດູຂອງຂອງຕົນເອງ, ໄວດູແລພໍ່ແມ່ເມື່ອແກ່ເຖົ້າລົງສອນ ແລະ ຝຶກໃຫ້ທຸກຄົນຕ້ອງມີບົດບາດໜ້າທີໃນຖານະຕ່າງໆໃນຄອບຄົວ.
5. ຄອບຄົວເປັນໜ່ວຍວາງຮາກຖານການປົກຄອງໃນລະດັບຕ່າງຄອບຄົວເຮັດໜ້າທີປະຖົມພູມສຳຄັນທີສຸດຄືການກຳເນີດເດັກ. ໃຫ້ການລ້ຽງດູຜູ້ໃຫ້ການສຶກສາສ້າງຄົນໃຫ້ຮູ້ຈັກລະບຽບສັງຄົມຖ່າຍທອດໃຫ້ຄົນຮຸ່ນຫຼັງຮັບໄວ້ເປັນແບບທາງໃນການດຳລົງຊີວິດໃຫ້ເໜາະສົມກັບສະພາບສັງຄົມຂອງຄົນກຸ່ມນັ້ນ.
ไม่มีความคิดเห็น:
แสดงความคิดเห็น