วันพุธที่ 2 พฤษภาคม พ.ศ. 2561

ຄອບຄົວແມ່ນຫຍັງ?


ຄອບຄົວ ແມ່ນຈຸລັງໜຶ່ງຂອງສັງຄົມເຊິ່ງມີຜົວເມຍລູກ ຫຼື ສະມາຊິກອື່ນໃນຄອບຄົວເຊິ່ງມີສາຍພົວພັນເຊິ່ງກັນ ແລະ ກັນ ດຳລົງຊີວິດຮ່ວມກັນໂດຍມີສຳມະໂນຄົວຢັ້ຢືນຢ່າງຖືກຕ້ອງ.
  ສາຍພົວພັນຄອບຄົວ ແມ່ນສາຍພົວພັນທີ່ເນື່ອງມາຈາກການຈົດທະບຽນແຕ່ງດອງ, ການມີລູກຮ່ວມກັນ ແລະ ການເອົາລູກຂອງບຸກຄົນອື່ນມາເປັນລູກລ້ຽງ ( ລູກບຸນທຳ ) ເຊຶ່ງພາໃຫ້ເກີດມີສິດ ແລະ ພັນທະທາງຄອບຄົວຕໍ່ກກັນ. ນອກຈາກນີ້ ຍັງມີພັນທະຕໍ່ສະມາຊິກໃນຄອບຄົວເຊັ່ນ: ປູ່, ຢ່າ, ພໍ່ເຖົ້າ, ແມ່ເຖົ້າ, ລຸງ, ປ້າ,​ ອາ, ອາວ, ນ້າບ່າວ, ນ້າສາວ ແລະ ອື່ນໆ.
          ດັ່ງນັ້ນຄອບຄົວກໍ່ແມ່ນສະຖາບັນສຳຄັນທີ່ສຸດ ແລະ ເປັນຫົວໜ່ວຍທີ່ຕົ້ນຕໍ່ຂອງສັງຄົມ, ເຊິ່ງມີບັນດາບຸກຄົນທີ່ດຳລົງຊີວິດຢູ່ຮ່ວມກັນຢ່າງສະໜິດແໜ້ນ. ໝາຍຄວາມວ່າ: ຄອບຄົວ ແມ່ນອົງປະກອບໜຶ່ງ, ເຊິ່ງມີລັກສະນະການຈັດຕັ້ງຄືກັນກັບອົງປະກອບຂອງການຈັດ ຕັ້ງໃດໜຶ່ງຂອງລັດ ສະນັ້ນຄອບຄົວຈຶ່ງມີບາງປະການທີ່ສຳຄັນຄື:
          - ປົກປັກຮັກສາ ແລະ ສ້າງຄອບຄົວໃຫ້ເປັນຈຸລັງອັນເຂັ້ມແຂງຂອງສັງຄົມ.
          - ສ້າງສາຍພົວພັນຄອບຄົວດວຍການແຕ່ງດອງດ້ວຍຄວາມສະໝັກໃຈ, ສະເໝີພາບລະຫວ່າງຍິງຊາຍ.
          - ສຶກສາອົບຮົມລູກໃຫ້ມີຄວາມຮັກຄອບຄົວ, ຮັກຊາດ, ເຂົ້າຮ່ວມການປົກປັກຮັກສາ ແລະ ກໍ່ສ້າງປະເທດຊາດ.
          - ປົກປັກຮັກສາສິດຜົນປະໂຫຍດຂອງແມ່ ແລະ ເດັກໃນຊີວິດຄອບຄົວ ແລະ ໃນເມື່ອຜົວເມຍຢ່າຮ້າງກັນ.
          - ປົກປັກຮັກສາ ແລະ ເສີ່ມຂະຫຍາຍຮີດຄອງປະເພນີອັນດີງາມຂອງຊາດ.
          ຄອບຄົວເປັນສະຖາບັນ ແລະ  ອົງການ ຫຼື ເປັນໜ່ວຍທາງສັງຄົມທີ່ເລິກທີ່ສຸດ ຄອບຄົວຕັ້ງຂຶ້ນດ້ວຍສະມາຊິກຊາຍ ແລະ ຍິງພຽງສອງຄົນໄດ້ຮັບໜ້າທີ່ເປັນພໍ່ ແລະ ແມ່ ເປັນພໍ່ແບບແມ່ແບບ ທີ່ຖ່າຍທອດ ແລະ ໃຫ້ການສຶກສາໃນຂັ້ນຕົ້ນໃຫ້ແກ່ສະມາຊິກໃໝ່ເປັນພະລັງທີ່ເສີ່ມພະລັງກາຍ ແລະ ພະລັງໃຈໃຫ້ແກ່ສະມາຊິກຂອງຄອບຄົວທີ່ອກໄປສະແດງບົດບາດຕ່າງໆທາງສັງຄົມທີ່ໃນຖານະທີ່ກ່ຽວຂ້ອງກັບຄອບຄົວເປັນຖານະທີ່ສາມາດຕອບສະໜອງຄວາມການພື້ນຂອງມະນຸດໄດ້ໃນທູກລະດັບທາງດ້ານຄວາມຕ້ອງການທາງຮ່າງກາຍ, ຄວາມຕ້ອງການທາງຈິດໃຈ ແລະ ຄວາມຕ້ອງການທາງສັງຄົມ.
ຜົນ​ການ​ຊອກຫາ​ສຳລັບ ຄອບຄົວ

     

ไม่มีความคิดเห็น:

แสดงความคิดเห็น