วันศุกร์ที่ 15 พฤษภาคม พ.ศ. 2563

ປະຫວັດຂອງທ່ານສຸພານຸວົງ

ສຸພານຸວົງ


Jump to navigation Jump to search
ປະທານ ສຸພານຸວົງ - Home | Facebook

ສຸພານຸວົງ

 
ປະທານປະເທດແຫ່ງ ສ.ປ.ປ.ລາວ ຄົນທຳອິດ
ດຳລົງຕຳແໜ່ງ
ວັນທີ 2 ທັນວາ ປີ 1975 – ວັນທີ 15 ສິງຫາ ປີ 1991
ນາຍົກລັດຖະມົນຕີ ໄກສອນ ພົມວິຫານ
ຕໍ່ໄປ ພູມີ ວົງວິຈິດ
ປະທານສະພາປະຊາຊົນສູງສຸດ
ດຳລົງຕຳແໜ່ງ
1975–1988
ຕໍ່ໄປ ໜູຮັກ ພູນສະຫວັນ
ຂໍ້ມູນສ່ວນບຸກຄົນ
ເກີດ 13 ກໍລະກົດ ຄ.ສ. 1909
ເມືອງຫຼວງພະບາງ, ແຂວງຫຼວງພະບາງ
ເສຍຊີວິດ 5 ມັງກອນ ຄ.ສ. 1995 (85 ປີ)
ນະຄອນຫຼວງວຽງຈັນ
ພັກການເມືອງ ພັກປະຊາຊົນປະຕິວັດລາວ
ຄູ່ສົມລົດ ວຽງຄຳ ສຸພານຸວົງ
ປະທານ ສຸພານຸວົງ ເກີດເມື່ອວັນທີ່ 13 ເດືອນ ກໍລະກົດ ປີ 1909 ທີ່ ແຂວງຫຼວງພະບາງ ເປັນເຊື້ອເຈົ້າລ້ານຊ້າງຫລວງພະບາງ ເປັນປະທານປະເທດລາວ ຜູ້ທຳອິດຫຼັງຈາກປ່ຽນແປງການປົກຄອງຈາກ ຣາຊາອານາຈັກລາວ ເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເມື່ອ ຄ.ສ 1975 ທົ່ວໂລກຮູ້ຈັກ ໃນນາມ ເຈົ້າຊາຍແດງ ຫຼື "The Red Prince"

ປະຫວັດ

ປະທານ ສຸພານຸວົງ ເກີດເມື່ອວັນທີ 13 ກໍລະກົດ ຄ.ສ 1909 ເປັນບຸດ 1 ໃນ 23 ພະອົງ ຂອງສົມເດັດພະເຈົ້າມະຫາອຸປະຣາດບຸນຄົງ ກັບ ເຈົ້າຍິງຄຳອ້ວນ ເປັນເຈົ້າຍິງ ລຳດັບທີ 11 ເປັນຍາດກັບ ເຈົ້າເພັດຊະຣາດ ແລະ ເຈົ້າສຸວັນນະພູມມາ ບຸດຂອງພຣະຊາຍາເອກ ແລະ ເຈົ້າສຸວັນນະຣາດ ເປັນບຸດທີ່ເກີດຈາກ ເຈົ້າຍິງລຳດັບທີ 9
ທ່ານ ສຸພານຸວົງ ໄດ້ຮັບການສຶກສາຈາກ ອາຈານຄົນຝຣັ່ງ ໃນຫລວງພະບາງ ແລ້ວໄດ້ໄປສຶກສາຕໍ່ທີ່ ສະຖາບັນລີເຊອັນແບຊາໂຣ ທີ່ ຮ່າໂນ້ຍ ເຮັດໃຫ້ເພ່ິນມີຄວາມສຳພັນຢ່າງໜຽວແໜ້ນ ກັບຫວຽດນາມ ມາຕະຫຼອດຊີວິດ ເພິ່ນສາມາດເວົ້າໄດ້ 3 ພາສາຄື: ພາສາຝຣັ່ງ, ພາສາຫວຽດນາມ ແລະ ພາສາອັງກິດ ໄດ້ດີຫຼາຍ. ຫຼັງຈາກຈົບການສຶກສາລະດັບປະລິນຍາຕີ ດ້ານວິສະວະກຳກໍ່ສ້າງ ແລະ ຂົວທາງທີ່ ປາຣີ ປະເທດຝຣັ່ງ ໄດ້ເດີນທາງ ກັບຄືນມາປະເທດລາວ ແລະ ໄດ້ແຕ່ງງານກັບ ຍິງສາວຫວຽດນາມ ຊື່ວ່າ ຫວຽນຖິ ພາຍຫຼັງໄດ້ປ່ຽນຊື່ເປັນ ວຽງຄຳ ສຸພານຸວົງ ມີລູກນຳກັນລວມ 10 ຄົນ ເປັນ ຊາຍ 8 ຄົນ ແລະ ຍິງ 2 ຄົນ.
ເພ່ິນເຂົ້າຮ່ວມຂະບວນການຕໍ່ຕ້ານຝຣັ່ງເພື່ອເອກະລາດ ຈົນໄດ້ຮັບບາດເຈັບໃນການຕໍ່ສູ້ກັບຝຣັ່ງທີ່ ເມືອງທ່າແຂກ ລະຫວ່າງໜີຂ້າມ ແມ່ນ້ຳຂອງ ຂ້າມໄປຝັ່ງໄທ ໃນປີ ຄ.ສ 1946, ເພ່ິນໄດ້ສ້າງຕັ້ງກອງທັບປົດປ່ອຍປະຊາຊົນລາວ ໃນ ເມືອງຊຳເໜືອ, ແຂວງຫົວພັນ ໃນປີ ຄ.ສ 1949 ພາຍໃຕ້ການສະໜັບສະໜູນຂອງ ປະທານ ໂຮຈິມິນ ເຊ່ິງຕໍ່ມາເປັນຂະບວນການກອມມູນິດປະເທດລາວ ຕໍ່ມາອີກສອງປີ ຂະບວນການປະເທດລາວກໍສາມາດ ປົດປ່ອຍພື້ນທີ່ 1 ໃນ 3 ຂອງປະເທດໄດ້ ແລະ ຕັ້ງຖານທີ່ໝັ້ນທີ່ຍາກແກ່ການທຳລາຍໃນຖ້ຳຫີນປູນ ທີ່ ເມືອງຊຳເໜືອ, ແຂວງຫົວພັນ ແລະ ແຂວງຜົ້ງສາລີ
ຄ.ສ 1953 ຝຣັ່ງໄດ້ຈັດຕັ້ງລັດຖະບານປະສົມຊົ່ວຄາວຂື້ນ ຢູ່ພາຍໃຕ້ການນຳຂອງນາຍົກລັດຖະມົນຕີຫຼາຍທ່ານ ທີ່ເປັນພວກຝ່າຍຂວາຈັດ ໄດ້ແກ່ເຈົ້າ ສຸວັນນະຣາດ ແລະ ເຈົ້າສຸວັນນະພູມມາ.
ໃນປີ ຄ.ສ 1974 ທ່ານໄດ້ກັບຄືນວຽງຈັນ ໄດ້ດຳລົງຕຳແໜ່ງເປັນປະທານສະພາທີ່ປຶກສາແຫ່ງຊາດ 18 ເດືອນ ຈົນສະຖາປະນາ ເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທ່ານ ກໍໄດ້ຮັບເລືອກໃຫ້ເປັນ ປະທານປະເທດ ແລະ ປະທານສະພາປະຊາຊົນສູງສູດ ຜູ້ທຳອິດ. ພ້ອມກັນນັ້ນ ທ່ານກໍໄດ້ສະຫຼະຖານະເຈົ້າຊາຍ ຕັ້ງແຕ່ສະໄໝເກົ່າ. ເຈົ້າສຸພານຸວົງ ເປັນປະທານທີ່ເຄົາລົບຮັກຂອງປວງຊົນລາວ ຈົນເອີ້ນກັນວ່າ ລຸງສຸພານຸວົງ ໄດ້ດຳລົງຕຳແໜ່ງປະທານປະເທດຈົນເຖິງ ຄ.ສ 1986 ຈຶ່ງລາອອກ ຍ້ອນເພິ່ນມີບັນຫາດ້ານສຸຂະພາບ. ທ່ານໄດ້ປາກົດຕົວຕໍ່ໜ້າສາທາລະນະຊົນຄັ້ງສຸດທ້າຍໃນສະໄໝປະຊຸມພັກຄັ້ງທີ 5 ເມ່ືອເດືອນ ມີນາ ຄ.ສ 1991
ເພ່ິນໄດ້ເຖິງແກ່ກຳ ເມື່ອວັນທີ 9 ມັງກອນ 1995 ທີ່ນະຄອນຫລວງວຽງຈັນ

ປະຫວັດການສຶກສາ

  • ຈົບຊັ້ນປະຖົມສຶກສາທີ່ ແຂວງຫຼວງພະບາງ
  • ຄ.ສ 1920 ໄປສຶກສາຕໍ່ຊັ້ນມັດທະຍົມສຶກສາ ທີ່ ນະຄອນຫຼວງຮ່າໂນ້ຍ ປະເທດຫວຽດນາມ
  • ຄ.ສ 1937 ສຳເລັດການສຶກສາລະດັບປະລີນຍາຕີ ດ້ານວິສະວະກຳກໍ່ສ້າງ ແລະ ຂົວທາງ ທີ່ ປາຣີ ປະເທດຝຣັ່ງ
  • ເມື່ອສຳເລັດການສຶກສາໄດ້ເຮັດວຽກເປັນວິສະວະກອນທີ່ ສຳນັກງານໂຍທາ ເມືອງ ຢາຈາງ ປະເທດຫວຽດນາມ
  • ວັນແຫກຄຸກຄັ້ງປະຫວັດສາດຂອງທ່ານຜູ້ນຳ ວັນທີ 23 ພຶດສະພາ 1960

ປະຫວັດດ້ານການເມືອງ

ຫຼັງຈາກທີ່ ທ່ານ ໂຮຈິມິນ ໄດ້ຕັ້ງ ພັກກອມມູນິດອິນດູຈີນ ເມື່ອ ປີ ຄ.ສ 1937 ທ່ານ ສຸພານຸວົງ ກໍໄດ້ເຂົ້າຮ່ວມເປັນສະມາຊິກພັກ ແລະ ເປັນຜູ້ນຳປະຊາຊົນລາວໃນການຕໍ່ສູ້ເພື່ອຮຽກຮ້ອງເອກະລາດ ຈາກ ພວກລ່າເມືອງຂື້ນຝຣັ່ງ ແລະ ເປັນຜູ້ນຳພັກປະຊາຊົນປະຕິວັດລາວ ໃນຍຸກກໍ່ຕັ້ງພັກ ແລະ ເມື່ອມີການປ່ຽນແປງການປົກຄອງ ເມື່ອວັນທີ 2 ທັນວາ ຄ.ສ 1975 ທ່ານ ສຸພານຸວົງ ໄດ້ດຳລົງຕຳແໜ່ງເປັນປະທານປະເທດຈົນເຖິງ ປີ ຄ.ສ 1991

วันจันทร์ที่ 21 ตุลาคม พ.ศ. 2562

ຫຼັກການ​ວັດ​ຜົນ​ການ​ສຶກສາ

ການ​ວັດ​ຜົນ​ການ​ສຶກ​ສາ​ຈະມີ​ປະ​ສິດ​ທິ​ພາບດີ ຫຼື ບໍ່​ນັ້ນ​ຂຶ້ນຢູ່​ກັບ ຫຼັກ​ການ ແລະ ວິ​ທີ ການວັດຜົນ ການວັດ​ຜົນ​ທີ່​ດີ​ຕ້ອງຢຶດ​ຖື​ຫຼັກ​ການ​ດັ່ງ​ນີ້.
. ຕ້ອງ​ໃຫ້​ຖືກກັບຈຸດ​ປະສົງຂອງ​ການ​ຮຽນ-ການສອນ
ການ​ວັດຜົນ​ການ​ສຶກ​ສາ​ເປັນ​ການ​ທົດ​ສອບ​ເບິ່ງວ່າ​ ຜົນຂອງ​ການ​ສອນ​ຂອງ​ຄູ​ນັ້ນ​ເຮັດ​ ໃຫ້​ນັກ​ຮ​ຽນ​ມີ​ຄວາມ​ຮູ້​ຕາມ​ຈຸດ​ປະສົງ​ທີ່​ວາງ​ໄວ້ຫຼືບໍໍໍ່​ ຖ້າ​ການ​ວັດຜົນ​ການ​ສຶກ​ສາ ບໍ່ຖືກ​ກັບ ຈຸດປະສົງຂອງ​ການ​ຮຽນ​ການ​ສອນແລ້ວກໍ​ຈະ​ຖື​ວ່າ​ບໍ່​ມີ​ປະ​ໂຫຍດ​ຫຍັງ​ໝົດ.
. ພະ​ຍາ​ຍາມ​ຊອກຫາ​ເຄື່ອງ​ມືວັດຜົນທີ່​ດີ​ແລະ​ເໝາະ​ສົມທີ່ສຸດ
ການວັດຜົນການສຶກສາ ເປັນການວັດທາງອ້ອມ, ດັ່ງນັ້ນ ຄູຄວນຊອກຫາເຄື່ອງມືວັດຜົນທີ່ມີຄຸນນະພາບ​​ດີທີ່ສຸດ ເພື່ອໃຫ້ໄດ້ຜົນທີ່ຖືກຕ້ອງ ແລະ ໜ້າເຊື່ອຖືໄດ້.
. ພະ​ຍາ​ຍາມໃຫ້​ມີ​ຄວາມຜິດ​ພາດ​ໜ້ອຍ​ທີ່​ສຸດ
ການ​ວັດ​ຜົນ​ການ​ສຶກ​ສານັ້ນຈະ​ເກີດ​ມີຄວາມ​ຜິດ​ພາດ​ຢູ່​ສະ​ເໝີ, ​ດັ່ງ​ນັ້ນ ຄູ​ຄວນ​ລະ​ມັດ​ລະ​ວັງ​ເພື່ອ​ໃຫ້​ຄວາມ​
ຜິດ​ພາດນັ້ນມີ​ໜ້ອຍ​ທີ່​ສຸດ ຖ້າ​ຈະ​ໃຊ້​ເຄື່ອງມືວັດ​ຊະນິດໃດ​ກໍ​ຄວນລະ​ມັດ​ລະ​ວັງ​ເຖິງ​ດ້ານຈຳກັດ​ຂອງ​ເຄື່ອງ​ມື​ຊະ​ນິດ​ນັ້ນ ແລະ ຄວນເຮັດການວັດຜົນຫຼາຍຄັ້ງ.
. ຄວນ​​ຕີຄວາມໝາຍ​ຂອງຜົນ​ການ​ວັດ​ຜົນ​ໃຫ້​ຖືກ​ຕ້ອງ
ເມື່ອ​ໄດ້​ຜົນ​ການ​ວັດ​ອອກ​ມາ​ເປັນ​ຄະ​ແນນ​ແລ້ວ ຄວນ​ຕີ​ຄວາມ​ໝາຍຂອງ​ຄະ​ແນນ​ນັ້ນ​ໃຫ້​ຖືກ​ຕ້ອງ​ ເໝາະ​ສົມ​ ແລະ​ຍຸດ​ຕິ​ທຳ.
. ຄວນ​ໃຊ້​ຜົນ​ການ​ວັດ​ໃຫ້​ເປັນ​ປະ​ໂຫຍດ​ທີ່​ສຸດ
ການ​ວັດ​ຜົນ​ບໍ່​ແມ່ນ​ພຽງ​ແຕ່​ຈະ​ຮູ້​ວ່ານັກ​ຮຽນ​ຄົນ​ໃດ ໄດ້​ຄາດ​ໝາຍ ຫຼື ບໍ່ ນັກ​ຮຽນ​ຄົນ​ໃດ​ເກັ່ງ ​ຫຼື ອ່ອນ ແຕ່​ສິ່ງທີ່ດີ​ທີ່​ສຸດ​ຄື : ຕ້ອງ​ພະ​ຍາ​ຍາມ​ຄົ້ນ​ຄວ້າ​ເຖິງວ່າ ນັກ​ຮຽນ​ແຕ່​ລະ​ຄົນມີ​ຈຸດ​ດີ ແລະ​ຈຸດ​ອ່ອນ ຢູ່​ບ່ອນ​ໃດ​ ແລະ ຈະຊອກຫາ​ວິທີ​ແກ້​ໄຂ​ແນວໃດ ເພື່ອ​ໃຫ້​ການ​ສອນບັນ​ລຸ​ຕາມ​ຈຸດ​ປະ​ສົງ ທີ່ວາງ​ໄວ້. ການ​ວັດຜົນ ​ແລະ ການ​ປະ​ເມີນ​ຜົນ​ການ​ສຶກ​ສາ​ມີ​ການພົວ​ພັນ​ຢ່າງ​ສະ​ໜິ​ດ​ແໜ້ນກັບ ການ​ຮຽນ​ການ​ສອນ​ແລະ ບໍ່​ສາ​ມາດ​ທີ່​ຈະ​ແຍກ​ອອກ​ຈາກ​ກັນ​ໄດ້.
​ດັ່ງ​ນັ້ນ ຄູ​ອາ​ຈານ​ພວກ​ເຮົາ​ຄວນ​ຈະ​ຊອກ​ຮູ້​ຮໍ່າ​ຮຽນ​ ເລືອກເອົາ​ວິ​ທີ​ການ​ວັດ​ຜົນ​ທີ່​ດີ​ ແລະ​ ແທດ​ເໝາະ​ກັບ​ສະ​ພາບ​ການ​ຕົວ​ຈິງ​ ຄວນ​ວັດ​ຜົນ​ຢ່າງ​ເນື່ອງ​ນິດ​ລຽນ​ຕິດ​ ເພື່ອ​ຈະ​ໄດ້​ຮູ້​ວ່າການ​ສອນ​ຂອງ​ຕົນ​​ມີ​ຄວາມ​ຂາດ​ຕົກ​ບົກ​ຜ່ອງ​ຢູ່ບ່ອນໃດ ​ນັກ​ຮຽ​ນ​ບໍ່​ເຂົ້າ​ໃຈ​ບ່ອນ​ໃດ ແລະ ຈະຊອກ​ຫາ​ວິທີ​ແກ້​ໄຂ​ແນ​ວ​ໃດ ເພື່ອ​ໃຫ້​ນັກ​ຮຽນ​ກາຍ​ເປັນ​ນັກ​ຮຽນ​​ດີ ນັກ​ຮຽນ​ເກັ່ງ ແລະ ກາຍ​ເປັນ​ກຳ​ລັງ​ແຮງ​ອັນ​​ມີ​ຄຸນ​ຄ່າ​ຂອງ​ປະ​ເທດ​ຊາດ​ໃນ​ອະ​ນາ​ຄົດ.

ລະດັບ​ຂອງ​ການ​ວັດ​ຜົນ

ລະ​ດັບ​ຂອງ​ການ​ວັດ​ມີ 4 ລະ​ດັບ ຄື:
. ການກໍານົດຊື່
ເປັນລະດັບການວັດຜົນທີ່ກຳໜົດສັນຍາລັກເພື່ອເອີ້ນ ຈຳແນກ ຫຼື ຈັດປະເພດສິ່ງຂອງ ເຊັ່ນ: ຊື່ຄົນ, ສັດ, ເພດຊາຍ ຫຼື ເພດຍິງ, ເລກທະບຽນລົດ...ຊຶ່ງບໍ່ໄດ້ມີຄວາມໝາຍທາງດ້ານປະລິມານ.
. ການ​ຈັດລຳ​ດັບ
ເປັນລະດັບການວັດຜົນທີ່ກຳໜົດປະລິມານແຕກຕ່າງກັນ ແຕ່ບໍ່ສາມາດກຳໜົດ ໄດ້ວ່າ ແຕກຕ່າງກັນ ໜ້ອຍຫຼາຍປານໃດ ເຊັ່ນ ການປະກວດສີລະປະພາຍໃນໂຮງຮຽນ ເຮົາ ບໍ່ສາມາດຈຳແນກໄດ້ວ່າ ຄະນະໄດ້ທີ 1 ແລະ ທີ 2 ມີຄວາມແຕກຕ່າງກັນໜ້ອຍຫຼາຍປານໃດ.
. ການ​​ຈັດເປັນຫວ່າງ
ເປັນລະດັບການວັດຜົນທີ່ກຳໜົດປະລິມານແຕກຕ່າງກັນ ແລະ ຄວາມແຕກຕ່າງ ລະຫວ່າງຫົວໜ່ວຍ ເທົ່າກັນ ແຕ່ຍັງຂາດຈຸດເລີ່ມຕົ້ນທີ່ແທ້ຈິງ (ບໍ່ມີ 0 ແທ້) ແລະ ຄວາມ ແຕກຕ່າງລະຫວ່າງ ຫົວໜ່ວຍກັບຫົວໜ່ວຍ ບໍ່ເທົ່າກັນ ເຊັ່ນ ອຸນຫະພູມ 0 ອົງສາ C ບໍ່ໄດ້ ໝາຍຄວາມວ່າບໍ່ມີຄວາມ ຮ້ອນເລີຍ ເພາະຍັງມີຄວາມຮ້ອນຢູ່ເຖິງ 273 ອົງສາແກນວິນ.   ດັ່ງນັ້ນ 0 ນີ້ເປັນພຽງ 0 ສົມມຸດເທົ່ານັ້ນ ແລະ ຖ້ານາງ ກ ກວດກາໄດ້ຄະແນນ 8  ທ້າວ ຂ ໄດ້ຄະແນນ 4 ບໍ່ໄດ້ໝາຍ ຄວາມວ່າ ນາງ ກ ເກັ່ງກວ່າທ້າວ ຂ ສອງເທົ່າ.
. ການຈັດເປັນ​ອັດ​ຕາ​ສ່ວນ
ເປັນລະດັບການວັດຜົນທີ່ກຳໜົດປະລິມານແຕກຕ່າງກັນ ຄວາມແຕກຕ່າງລະຫວ່າງ ຫົວໜ່ວຍເທົ່າກັນ ແລະ ມີຈຸດເລີ່ມຕົ້ນທີ່ແທ້ຈິງ (ມີ 0 ແທ້ )ເຊັ່ນ ຖ້າທ້າວ ກ ສູງ 180 cm ນາງ ຂ ສູງ 90 cm ໝາຍຄວາມວ່າ ທ້າວ ກ ສູງກວ່າທ້າວ ຂ ສອງເທົ່າ ແລະ ຖ້ານ້ຳໜັກ 0 Kg ໝາຍ ຄວາມວ່າ ບໍ່ມີນ້ຳໜັກເລີຍ ດັ່ງນັ້ນ 0 ນີ້ ເປັນ 0 ແທ້.
ລະດັບທັງ 4 ຂັ້ນນີ້ ມີຄຸນລັກສະນະຕ່າງກັນ ເຊິ່ງພໍສະຫຼຸບໄດ້ດັ່ງນີ້.
ລະດັບຂອງການວັດຜົນ
ຄຸນ​ລັກ​ສະ​ນະ
·      ການກຳໜົດຊື່
ຄວາມ​ແຕກ​ຕ່າງ​ກັນ
·      ການ​ຈັດລຳ​ດັບ
ຄວາມ​ແຕກ​ຕ່າງ​ກັນ + ທິດ​ທາງ
·      ການ​​ຈັດເປັນຫວ່າງ
ຄວາມ​ແຕກ​ຕ່າງ​ກັນ + ທິດ​ທາງ + ຫວ່າ​ເທົ່າ​ກັນ + 0 ສົມມຸດ
·      ການຈັດເປັນອັດ​ຕາ​ສ່​ວນ
ຄວາມ​ແຕກ​ຕ່າງ​ກັນ + ທິດ​ທາງ + ຫວ່າ​ເທົ່າ​ກັນ + 0 ​ແທ້