ຫຼັກການວັດຜົນການສຶກສາ
ການວັດຜົນການສຶກສາຈະມີປະສິດທິພາບດີ
ຫຼື ບໍ່ນັ້ນຂຶ້ນຢູ່ກັບ ຫຼັກການ ແລະ ວິທີ ການວັດຜົນ
ການວັດຜົນທີ່ດີຕ້ອງຢຶດຖືຫຼັກການດັ່ງນີ້.
ກ.
ຕ້ອງໃຫ້ຖືກກັບຈຸດປະສົງຂອງການຮຽນ-ການສອນ
ການວັດຜົນການສຶກສາເປັນການທົດສອບເບິ່ງວ່າ
ຜົນຂອງການສອນຂອງຄູນັ້ນເຮັດ ໃຫ້ນັກຮຽນມີຄວາມຮູ້ຕາມຈຸດປະສົງທີ່ວາງໄວ້ຫຼືບໍໍໍ່
ຖ້າການວັດຜົນການສຶກສາ ບໍ່ຖືກກັບ ຈຸດປະສົງຂອງການຮຽນການສອນແລ້ວກໍຈະຖືວ່າບໍ່ມີປະໂຫຍດຫຍັງໝົດ.
ຂ.
ພະຍາຍາມຊອກຫາເຄື່ອງມືວັດຜົນທີ່ດີແລະເໝາະສົມທີ່ສຸດ
ການວັດຜົນການສຶກສາ ເປັນການວັດທາງອ້ອມ, ດັ່ງນັ້ນ ຄູຄວນຊອກຫາເຄື່ອງມືວັດຜົນທີ່ມີຄຸນນະພາບດີທີ່ສຸດ ເພື່ອໃຫ້ໄດ້ຜົນທີ່ຖືກຕ້ອງ ແລະ ໜ້າເຊື່ອຖືໄດ້.
ຄ.
ພະຍາຍາມໃຫ້ມີຄວາມຜິດພາດໜ້ອຍທີ່ສຸດ
ການວັດຜົນການສຶກສານັ້ນຈະເກີດມີຄວາມຜິດພາດຢູ່ສະເໝີ, ດັ່ງນັ້ນ
ຄູຄວນລະມັດລະວັງເພື່ອໃຫ້ຄວາມ
ຜິດພາດນັ້ນມີໜ້ອຍທີ່ສຸດ
ຖ້າຈະໃຊ້ເຄື່ອງມືວັດຊະນິດໃດກໍຄວນລະມັດລະວັງເຖິງດ້ານຈຳກັດຂອງເຄື່ອງມືຊະນິດນັ້ນ
ແລະ ຄວນເຮັດການວັດຜົນຫຼາຍຄັ້ງ.
ງ.
ຄວນຕີຄວາມໝາຍຂອງຜົນການວັດຜົນໃຫ້ຖືກຕ້ອງ
ເມື່ອໄດ້ຜົນການວັດອອກມາເປັນຄະແນນແລ້ວ
ຄວນຕີຄວາມໝາຍຂອງຄະແນນນັ້ນໃຫ້ຖືກຕ້ອງ ເໝາະສົມ ແລະຍຸດຕິທຳ.
ຈ.
ຄວນໃຊ້ຜົນການວັດໃຫ້ເປັນປະໂຫຍດທີ່ສຸດ
ການວັດຜົນບໍ່ແມ່ນພຽງແຕ່ຈະຮູ້ວ່ານັກຮຽນຄົນໃດ
ໄດ້ຄາດໝາຍ ຫຼື ບໍ່ ນັກຮຽນຄົນໃດເກັ່ງ ຫຼື ອ່ອນ ແຕ່ສິ່ງທີ່ດີທີ່ສຸດຄື : ຕ້ອງພະຍາຍາມຄົ້ນຄວ້າເຖິງວ່າ
ນັກຮຽນແຕ່ລະຄົນມີຈຸດດີ ແລະຈຸດອ່ອນ ຢູ່ບ່ອນໃດ ແລະ
ຈະຊອກຫາວິທີແກ້ໄຂແນວໃດ ເພື່ອໃຫ້ການສອນບັນລຸຕາມຈຸດປະສົງ ທີ່ວາງໄວ້. ການວັດຜົນ ແລະ
ການປະເມີນຜົນການສຶກສາມີການພົວພັນຢ່າງສະໜິດແໜ້ນກັບ
ການຮຽນການສອນແລະ ບໍ່ສາມາດທີ່ຈະແຍກອອກຈາກກັນໄດ້.
ດັ່ງນັ້ນ ຄູອາຈານພວກເຮົາຄວນຈະຊອກຮູ້ຮໍ່າຮຽນ ເລືອກເອົາວິທີການວັດຜົນທີ່ດີ
ແລະ ແທດເໝາະກັບສະພາບການຕົວຈິງ ຄວນວັດຜົນຢ່າງເນື່ອງນິດລຽນຕິດ
ເພື່ອຈະໄດ້ຮູ້ວ່າການສອນຂອງຕົນມີຄວາມຂາດຕົກບົກຜ່ອງຢູ່ບ່ອນໃດ
ນັກຮຽນບໍ່ເຂົ້າໃຈບ່ອນໃດ ແລະ ຈະຊອກຫາວິທີແກ້ໄຂແນວໃດ
ເພື່ອໃຫ້ນັກຮຽນກາຍເປັນນັກຮຽນດີ ນັກຮຽນເກັ່ງ ແລະ
ກາຍເປັນກຳລັງແຮງອັນມີຄຸນຄ່າຂອງປະເທດຊາດໃນອະນາຄົດ.
ไม่มีความคิดเห็น:
แสดงความคิดเห็น