วันจันทร์ที่ 21 ตุลาคม พ.ศ. 2562


ລະດັບ​ຂອງ​ການ​ວັດ​ຜົນ

ລະ​ດັບ​ຂອງ​ການ​ວັດ​ມີ 4 ລະ​ດັບ ຄື:
. ການກໍານົດຊື່
ເປັນລະດັບການວັດຜົນທີ່ກຳໜົດສັນຍາລັກເພື່ອເອີ້ນ ຈຳແນກ ຫຼື ຈັດປະເພດສິ່ງຂອງ ເຊັ່ນ: ຊື່ຄົນ, ສັດ, ເພດຊາຍ ຫຼື ເພດຍິງ, ເລກທະບຽນລົດ...ຊຶ່ງບໍ່ໄດ້ມີຄວາມໝາຍທາງດ້ານປະລິມານ.
. ການ​ຈັດລຳ​ດັບ
ເປັນລະດັບການວັດຜົນທີ່ກຳໜົດປະລິມານແຕກຕ່າງກັນ ແຕ່ບໍ່ສາມາດກຳໜົດ ໄດ້ວ່າ ແຕກຕ່າງກັນ ໜ້ອຍຫຼາຍປານໃດ ເຊັ່ນ ການປະກວດສີລະປະພາຍໃນໂຮງຮຽນ ເຮົາ ບໍ່ສາມາດຈຳແນກໄດ້ວ່າ ຄະນະໄດ້ທີ 1 ແລະ ທີ 2 ມີຄວາມແຕກຕ່າງກັນໜ້ອຍຫຼາຍປານໃດ.
. ການ​​ຈັດເປັນຫວ່າງ
ເປັນລະດັບການວັດຜົນທີ່ກຳໜົດປະລິມານແຕກຕ່າງກັນ ແລະ ຄວາມແຕກຕ່າງ ລະຫວ່າງຫົວໜ່ວຍ ເທົ່າກັນ ແຕ່ຍັງຂາດຈຸດເລີ່ມຕົ້ນທີ່ແທ້ຈິງ (ບໍ່ມີ 0 ແທ້) ແລະ ຄວາມ ແຕກຕ່າງລະຫວ່າງ ຫົວໜ່ວຍກັບຫົວໜ່ວຍ ບໍ່ເທົ່າກັນ ເຊັ່ນ ອຸນຫະພູມ 0 ອົງສາ C ບໍ່ໄດ້ ໝາຍຄວາມວ່າບໍ່ມີຄວາມ ຮ້ອນເລີຍ ເພາະຍັງມີຄວາມຮ້ອນຢູ່ເຖິງ 273 ອົງສາແກນວິນ.   ດັ່ງນັ້ນ 0 ນີ້ເປັນພຽງ 0 ສົມມຸດເທົ່ານັ້ນ ແລະ ຖ້ານາງ ກ ກວດກາໄດ້ຄະແນນ 8  ທ້າວ ຂ ໄດ້ຄະແນນ 4 ບໍ່ໄດ້ໝາຍ ຄວາມວ່າ ນາງ ກ ເກັ່ງກວ່າທ້າວ ຂ ສອງເທົ່າ.
. ການຈັດເປັນ​ອັດ​ຕາ​ສ່ວນ
ເປັນລະດັບການວັດຜົນທີ່ກຳໜົດປະລິມານແຕກຕ່າງກັນ ຄວາມແຕກຕ່າງລະຫວ່າງ ຫົວໜ່ວຍເທົ່າກັນ ແລະ ມີຈຸດເລີ່ມຕົ້ນທີ່ແທ້ຈິງ (ມີ 0 ແທ້ )ເຊັ່ນ ຖ້າທ້າວ ກ ສູງ 180 cm ນາງ ຂ ສູງ 90 cm ໝາຍຄວາມວ່າ ທ້າວ ກ ສູງກວ່າທ້າວ ຂ ສອງເທົ່າ ແລະ ຖ້ານ້ຳໜັກ 0 Kg ໝາຍ ຄວາມວ່າ ບໍ່ມີນ້ຳໜັກເລີຍ ດັ່ງນັ້ນ 0 ນີ້ ເປັນ 0 ແທ້.
ລະດັບທັງ 4 ຂັ້ນນີ້ ມີຄຸນລັກສະນະຕ່າງກັນ ເຊິ່ງພໍສະຫຼຸບໄດ້ດັ່ງນີ້.
ລະດັບຂອງການວັດຜົນ
ຄຸນ​ລັກ​ສະ​ນະ
·      ການກຳໜົດຊື່
ຄວາມ​ແຕກ​ຕ່າງ​ກັນ
·      ການ​ຈັດລຳ​ດັບ
ຄວາມ​ແຕກ​ຕ່າງ​ກັນ + ທິດ​ທາງ
·      ການ​​ຈັດເປັນຫວ່າງ
ຄວາມ​ແຕກ​ຕ່າງ​ກັນ + ທິດ​ທາງ + ຫວ່າ​ເທົ່າ​ກັນ + 0 ສົມມຸດ
·      ການຈັດເປັນອັດ​ຕາ​ສ່​ວນ
ຄວາມ​ແຕກ​ຕ່າງ​ກັນ + ທິດ​ທາງ + ຫວ່າ​ເທົ່າ​ກັນ + 0 ​ແທ້

ไม่มีความคิดเห็น:

แสดงความคิดเห็น