วันจันทร์ที่ 21 ตุลาคม พ.ศ. 2562


 ລັກສະນະ​ຂອງ​ການ​ວັດ​ຜົນ​ການ​ສຶກສາ

ການ​ວັດ​ຜົນ​ການ​ສຶກ​ສາ​ເປັນ​ການ​ວັດ​ຜົນໃນ​ສິ່ງ​ທີ່​ເປັນ​ນາມມະ​ທຳ ຈຶ່ງ​ເປັນ​ການ​ວັດ​ທີ່​ຍາກ​ ກ່​ວາ​ການ​ວັດຜົນ​ສິ່ງ​ທີ່​ເປັນ​ຮູບ​ປະ​ທຳ. ດັ່ງ​ນັ້ນ​ ການ​ວັດ​ຜົນ​ການ​ສຶກ​ສາ​ຈຶ່ງ​ມີ​ລັກ​ສະ​ນະ​ດັ່ງ​ນີ້.
. ການ​ວັດ​ຜົນ​ການ​ສຶກ​ສາ​ເປັນ​ການ​ວັດ​ຜົນທີ່​ບໍ່​ສົມ​ບ
ໃນ​ຂະ​ບວນ​ການ​ຮຽນ​ການ​ສອນ​ວິ​ຊາ​ໃດ​ໜຶ່ງ​ນັ້ນ ມັນ​ມີ​ລາຍ​ລະ​ອຽດ​ຫຼວງ​ຫຼາຍ​ທີ່​ສຸດ​ຈົນຜູ້​ສອນ​ບໍ່​ອາດ​ສາ​ມາດ​ທີ່​ຈະ​ສ້າງ​ຄຳ​ຖາມ​ໃຫ້​ຄົບ​ຖ້ວນ​ໄດ້. ດັ່ງ​ນັ້ນ, ​ຜູ້​ສອນ​ຈຶ່ງ​ຈຳ​ເປັນ​ຕ້ອງ​ເລືອກ​ເອົາ​ເນື້ອ​ໃນ​ທີ່​ສຳ​ຄັນ​ຕອນ​ໃດ​ຕອນ​ໜຶ່ງ​ມາ​ສ້າງ​ເປັນ​ຄຳ​ຖາມ ເພື່ອ​ໃຫ້​ນັກ​ຮຽ​ນ​ຕອບ​ແລ້ວ​ຖື​ເອົາ​ຜົນ​ຂອງ​ການ​ຕອບ​ນັ້ນ​ມາ​ຕີ​ລາ​ຄາ​ເປັນ​ຄະ​​ແນນ​ຂອງວິ​ຊາ​ນັ້ນ ໆ ດ້ວຍ​ເຫດ​ນັ້ນ​ຈຶ່ງ​ຖື​ວ່າ​ເປັນ ການວັດ​ຜົນ​ທີ່​ບໍ່​ສົມ​ບູນ.
. ການ​ວັດ​ຜົນ​ການ​ສຶກ​ສາ​ເປັນ​ການ​ວັດ​ຜົນ​ທາງ​ອ້ອມ
ການ​ວັດ​ຜົນ​ການ​ສຶກ​ສາບໍ່​ອາດ​ມີ​ເຄື່ອງ​ມື​ຊະ​ນິດ​ໃດ​ທີ່​ຈະ​ວັດ​ໄດ້ໂດຍ​ກົງ​ຄື​ກັບ​ການ​ວັດ​ແທກ​ລວງ​ຍາວ ແລະ ການຊັ່ງ​ນ້ຳ​ໜັກ. ການ​ວັດ​ຜົນ​ການ​ສຶກ​ສາ ເປັນ​ການວັດ​ສິ່ງ​ທີ່​ເຮົາ​ບໍ່​ສາ​ມາດ​ທີ່ຈະ​ແຕະ​ຕ້ອງ​ໄດ້ ດັ່ງ​ນັ້ນ​ຈຶ່ງ​ຕ້ອງ​ຊອກ​ຫາ​ວິ​ທີ​ການ​ຕ່າງໆມາ​ປະ​ຕິ​ບັດ​ ຈາກ​ນັ້ນກໍ່​ແປ​ຜົນ​ຂອງ​ການ​ວັດ​ຜົນ​ນັ້ນ​ອອກ​ມາ​ເປັນ​ຄະ​ແນນ ແລະ ແປ​ຄວາມ​ໝາຍ​ຂອງ​ຄະ​ແນນນ​ນັ້ນ​ອີກ​ຕໍ່​ໜຶ່ງວ່າ​ ນັກ​ຮຽນ​ຜູ້​ນັ້ນ​ເກັ່ງ ຫຼື ອ່ອນ ມີ​ຄວາມ​ຮູ້​ໜ້ອຍ​ຫຼາຍ​ປານ​ໃດ ເຊີ່ງ​ບໍ່​ແນ່​ໃຈ​ວ່າ​ເປັນ​ການ​ແປ​ຄວາມ​ໝາຍ​ທີ່​ຖືກ​ຕ້ອງ ແລະ ຊັດ​ເຈນ.
. ການ​ວັດ​ຜົນ​ການ​ສຶກ​ສາ​ຍ່ອມ​ມີ​ຄວາມ​ຜິດ​ພາດ
ການ​ວັດ​ຜົນ​ການ​ສຶກ​ສາ​ເປັນ​ການ​ວັດ​ໃນ​ສິ່ງ​ທີ່​ເຮົາ​ບໍ່​ສາ​ມາດ​ຈະ​ແຕະ​ຕ້ອງ​ໄດ້ ດັ່ງ​ນັ້ນ​ຈຶ່ງ​ມີ​ຄວາມ​ຜິດ​ພາດ​ສູງ.    ສິ່ງ​ທີ່​ເຮັດ​ໃຫ້​ມີ​ຄວາມ​ຜິດ​ພາດ​ນັ້ນ​ມີຢ່າງ​ຫຼວງ​ຫຼາຍ ແຕ່​ໃນ​ທີ່​ນີ້​ຂໍ​ກ່າວ​ພຽງ​ແຕ່ 2 ຢ່າງ​ຄື.
-   ຄວາມ​ຜິດ​ພາດ​ທີ່​ເກີດ​ຈາກ​ນັກ​ຮຽນ​ເອງ ເຊັ່ນ: ໃນ​ມື້​ກວດ​ກາ ຫຼື ສອບ​ເສັງ​ນັ້ນ ນັກ​ຮຽນ​ຜູ້​ໃດ​ຜູ້​ໜຶ່ງ​ອາດ​ຈະ​ມີ​ສຸ​ຂະ​ພາບ​ບໍ່​ດີ ມີ​ຄວາມ​ກັງ​ວົນ​ໃຈ ຫຼື ມີ​ອາ​ລົມ​ບໍ່​ດີ​ ຕຽມ​ຕົວ​ບໍ່​ດີ ທຸດ​ຈະ​ລິດ​ໃນ​ການ​ສອບ​ເສັງ ແລະ ອື່ນໆ.
-   ຄວາມ​ຜິດ​ພາດ​ທີ່​ເກີດ​ຈາກ​ສະ​ພາບ​ແວດ​ລ້ອມ​ພາຍນອກ​ ເຊັ່ນ: ສະ​ພາບ​ຫ້ອງ​ສອບ​ເສັງ​ບໍ່​ດີ ມີ​ສຽງ​ລົບ​ກວນ​ຈາກ​ພາຍນອກ ຄຳ​ຖາມ​ບໍ່​ຊັດ​ເຈນ ກຳ​ມະ​ການ​ຄວບ​ຄຸມຫ້ອງ​ເສັງ​ເຄັ່ງ​ຄັດເກີນ​ໄປ ​ຫຼື​ໂຍະ​ຍານ​ເກີນ​ໄປ​ ເປີດ​ໂອ​ກາດ​ໃຫ້​ມີ​ການທຸດ​ຈະ​ລິດ​ໃນ​ການ​ສອບ​ເສັງ ​ແລະ ​ອື່ນໆ.
. ຜົນ​ຂອງ​ການ​ວັດ​ຜົນ​ການ​ສຶກ​ສາ​ສະ​ແດງ​ໃນ​ຮູບ​ຂອງ​ການ​ພົວ​ພັນ
ຜົນ​ຂອງ​ການວັດ​ຜົນ​​ການ​ສຶກ​ສາ​​ຍາມ​ໃດ​ກໍ​ສະ​ແດງອອກ​ໃນ​ຮູບ​ຂອງ​ຄະ​ແນນ​ ແຕ່​ຄະ​ແນນ​ຕົວ​ດຽວ​ນັ້ນ​ບໍ່​ສາ​ມາດ​ທີ່​ຈະ​ຕີ​ຄວາມ​ໝາຍ​ໄດ້ວ່ານັກ​ຮຽນ​ຜູ້​ນັ້ນໄດ້​ຄະ​ແນນ​ຫຼາຍ ຫຼື​ ໜ້ອຍ​ ຫຼື​ວ່າ​ ນັກ​ຮຽນ​ຜູ້​ນັ້ນ​ເກັ່ງ​ ຫຼື ອ່ອນ. ຖ້າຢາກ​ໃຫ້​ຄະ​ແນນ​ທີ່​ໄດ້​ນັ້ນ​ມີ​ຄວາມ​ໝາຍ​ຕ້ອງ​ເອົາ​ໄປປຽບ​ທຽບ​ກັບ​ຂໍ້​ມູນ​ຢ່າງ​ອື່ນ​ອີກເຊັ່ນ.
-   ໄປ​ປຽບ​ທຽບ​ກັບ​ຄະ​ແນນ​ເຕັມ. ຕົວ​ຢ່າງ​ ທ້າວ​ ສົມພອນ ໄດ້​ຄະ​ແນນ​ 7 ຈາກ​ຄະ​ແນນ​​ເຕັມ 10 ກໍ​ຖື​​ວ່າ​ລາວ​ໄດ້​ຄະ​ແນນ​ສູງ​ສົມ​ຄວນ.
-   ໄປ​ປຽບ​ທຽບ​ກັບ​ຄະ​ແນນ​ສະ​ເລ່ຍ​ຂອງ​ຫ້ອງ. ຕົວ​ຢ່າງ ທ້າວ ສົມ​ພອນ ໄດ້​ຄະ​ແນນ 7 ແຕ່​ຄະ​ແນນ​ສະ​ເລ່ຍ​ຂອງ​ຫ້ອງ​ໄດ້ 8 ກໍ​ສະ​ແດງວ່າ​ລາວ​ໄດ້​ຄະ​ແນນ​ທີ່​ຂ້ອນຂ້າງຕ່ຳ​ກ່​ວາ​ໝູ່​ໃນ​ຫ້ອງ​ດຽວ​ກັນ.
-   ໄປ​ປຽບ​ທຽບ​ກັບ​ຄາດ​ໝາຍ​ທີ່​ວາງ​ໄວ້. ຕົວ​ຢ່າງ ທ້າວ ສົມ​ພອນ ໄດ້​ຄະ​ແນນ 7 ແຕ່​ຄະ​ແນນ​ຄາດ​ໝາຍ​ແມ່ນ 5. ດັ່ງ​ນັ້ນ​ ລາວ​ຈຶ່ງ​ໄດ້​ລື່ນ​ຄາດ​ໝາຍ​ທີ່​ວາງ​ໄວ້.
. ການ​ວັດ​ຜົນ​ການ​ສຶກ​ສາ​ເປັນ​ການ​ວັດ​ທີ່​ບໍ່​ມີ 0 ແທ້ ຫຼື 0 ສົມ​ບູນ
ການ​ວັດ​ຜົນ​ການ​ສຶກ​ສາ​ຕ່າງ​ກັບການ​ວັດ​ແທກ​ລວງຍາວ ແລະ ການ​ຊັ່ງ​ນ້ຳ​ໜັກ​ຫຼາຍ​ ເຊັ່ນ ລວງ​ຍາວ 0 cm. ໝາຍ​ຄວາມ​ວ່າ​ບໍ່​ມີ​ຄວາມ​ຍາວ​ເລີຍ ຫຼື ນ້ຳ​ໜັກ 0 Kg ກໍໝາຍ​ຄວາມ​ວ່າ​ບໍ່​ມີ​ນ້ຳ​ໜັກ​ເລີຍ​ເໝືອນ​ກັນ ສ່ວນ​ການ​ວັດ​ຜົນການ​ສຶກ​ສາ ຖ້​າ​ນັກ​ຮຽນຄົນ​ໃດ​ຄົນ​ໜຶ່ງ​ຫາກໄດ້​ຄະ​ແນນ 0 ບໍ່​ໄດ້​ໝາຍ​ຄວາມ​ວ່າ​ນັກ​ຮຽນ​ຄົນ​ນັ້ນ​ບໍ່​ມີ​ຄວາມ​ຮູ້​ໃນ​ວິ​ຊາ​ນັ້ນ​ເລີຍ ນັກ​ຮຽນ​ຄົນ​ນັ້ນ​ມີ​ຄວາມ​ຮູ້​ໃນ​ວິ​ຊາ​ນັ້ນ​ຢູ່ ແຕ່​ເຮົາ​ບໍ່​ໄດ້​ຖາມ​ໃນ​ສິ່ງ​ທີ່​ເຂົາ​ຮູ້.  ດັ່ງ​ນັ້ນ​ ການ​ວັດ​ຜົນການ​
ສຶກ​ສາ​ຈຶ່ງ​ບໍ່​ມີ 0 ສົມ​ບູນ.

ไม่มีความคิดเห็น:

แสดงความคิดเห็น